ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໂອ້ລົມພະນັກງານການນໍາ-ຫຼັກແຫຼ່ງຂອງກົມ 213


ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານກອງປະຊຸມ ຢູ່ສະໂມສອນກົມ 213 ຄັ້ງວັນທີ  9/1/2024

     ໃນວັນທີ 9 ມັງກອນ 2024 ນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງ
ປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ໄດ້ເຄື່ອນໄຫວພົບປະໂອ້ລົມພະນັກງານການນໍາ-ຫຼັກແຫຼ່ງຂອງກົມ 213,
ໂດຍການຕ້ອນຮັບຂອງ ສະຫາຍ ພົນຕີ ທອງວັນ ຈັນທະວົງ ຫົວໜ້າກົມ 213, ມີຄະນະພັກ-ຄະນະບັນຊາກົມ ພ້ອມດ້ວຍພະນັກ
ງານ ຫຼັກແຫຼ່ງອອ້ມຂ້າງກົມ 213 ເຂົ້າຮ່ວມ ຕ້ອນຮັບຢ່າງພ້ອມພຽງ.

     ໂອກາດນີ້, ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍໄດ້ໃຫ້ກຽດໂອ້ລົມ, ກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ
ຕໍ່ຜົນງານ ແລະ ຜົນສໍາເລັດດ້ານຕ່າງໆທີ່ກົມ 213 ຍາດມາໄດ້ໃນແຕ່ ລະໄລຍະ ພ້ອມທັງເນັ້ນໜັກບາງບັນຫາທີ່ສໍາຄັນໃຫ້ຄະນະ
ພັກ-ຄະນະບັນຊາ ເອົາໃຈໃສ່ເພີ່ມທະວີ ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານນັກຮົບກໍາໄດ້ຄຸນທາດການເມືອງ
ທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ປະຕິບັດລະບອບການດໍາເນີນຊີ ວິດການເມືອງ
ໃຫ້ເປັນປົກກະຕິດ້ວຍການດໍາເນີນຊີວິດພັກຢ່າງຕໍ່ເນື່ອງ, ເປັນປົກກະຕິມີການຕໍານິສົ່ງ ຂ່າວເຊິ່ງກັນ ແລະ ກັນ, ເພີ່ມທະວີຮັບປະກັນ
ຂອບເຂດໃນຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມສະ ຫງົບປອດໄພ ດ້ວຍການສົມທົບກັບອໍານາດການປົກຄອງບ້ານ ເພື່ອເກັບກໍາ
ຂ່າວ ແລະ ສະພາບການ ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດ
ໝາຍ ພ້ອມນັ້ນກໍຕ້ອງເອົາໃຈໃສ່ກໍ່ສ້າງພັກ-ພະນັກງານຕິດພັນກັບການສ້າງພັກ ໃຫ້ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ,
ຫັນເອົາການກໍ່ສ້າງພະນັກງານເປັນວຽກງານທີ່ສໍາຄັນເພື່ອແນໃສ່ ເຮັດໃຫ້ການຈັດຕັ້ງໃນແຕ່ລະຂັ້ນມີຄວາມເຂັ້ມແຂງ ເຮັດສໍາເລັດໜ້າ
ທີ່ການເມືອງຂອງຕົນເປັນຢ່າງດີ, ຄຽງຄູ່ກັນນັ້ນກໍເອົາໃຈໃສ່ປັບປຸງກໍ່ສ້າງກົມກອງກໍຄື ການປັບປຸງຄ້າຍຄູໃຫ້ມີການເຕີບໃຫຍ່ເຂັ້ມແຂງ
ຮອບດ້ານຢ່າງບໍ່ຢຸດຢັ້ງ ເພື່ອເຮັດໃຫ້ກົມກອງເຂົ້າສູ່ລະບຽບແບບແຜນ ແລະ ທັນສະໄໝ ພ້ອມນັ້ນ ກໍປະຕິບັດຕາມຂໍ້ກຳນົດ, ກົດລະ
ບຽບຂອງກອງທັບໃຫ້ເຂັ້ມງວດໂດຍສຸມໃສ່ປະຕິບັດ 7 ລະບອບ 18 ວຽກຂອງກອງທັບໃຫ້ໜັກແໜ້ນ ເຮັດສຳເລັດໜ້າທີ່ວິຊາສະ
ເພາະທີ່ຂັ້ນເທິງ ແລະ ການຈັດຕັ້ງມອບ ໝາຍໃຫ້ ເພື່ອພ້ອມກັນສູ້ຊົນຍາດໄດ້ຜົນງານອັນໃຫຍ່ຫຼວງໃນຕໍ່ໜ້າເປັນການປະກອບສ່ວນ
ສ້າງໃຫ້ກົມ ມີຜົນງານພົ້ນເດັ່ນຂຶ້ນເປັນກ້າວໆ.

ແຫຼ່ງຂ່າວໂດຍ ສົມຄິດ ພູມມີຈິດ
ວັນທີ 10/01/2024